ສສງ ປະກາດແຈ້ງການ ຮັບນັກສຶກສາລະບົບປະລິນຍາຕີຕໍ່ເນື່ອງ ຢູ່ສະຖາບັນເສດຖະກິດ-ການເງິນ ສົກຮຽນ 2019-2020.
ສະຖາບັນເສດຖະກິດ-ການເງິນ (ສສງ) ຂໍຖືເປັນກຽດແຈ້ງມາຍັງພະນັກງານ, ລັດຖະກອນ ທີ່ມີວຸດທິການສຶກສາ ຊັ້ນສູງ ແລະນັກສຶກສາທີ່ຮຽນຈົບຊັ້ນສູງ ມີຈຸດປະສົງຢາກຮຽນປະລິນຍາຕີລະບົບຕໍ່ເນື່ອງ ຢູ່ສະຖາບັນເສດຖະກິດ-ການເງິນ ສາມາດມາພົວພັນຊື້ຄໍາຮ້ອງສອບເສັງຄັດເລືອກໄດ້ທີ່ ສະຖາບັນເສດຖະກິດ-ການເງິນ.
ສໍານັກງານຕັ້ງຢູ່ ບ້ານດົງຄໍາ ຊ້າງ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ຕາມວັນ ແລະ ເວລາດັ່ງລຸ່ມນີ້:
– ວັນທີ 28 / 10 / 2019 – 21 / 11 / 2019 ເປີດຂາຍຄໍາຮ້ອງ ແລະ ຮັບຄໍາຮ້ອງສະຫມັກສອບເສັງຄັດເລືອກ.
– ວັນທີ 22 / 11 / 2019 ແຈ້ງລາຍຊື່ຜູ້ເຂົ້າສອບເສັງ.
– ວັນທີ 23 / 11 / 2019 ສອບເສັງຄັດເລືອກ ເວລາ 08:00 ໂມງ, ທີ່ສະຖາບັນເສດຖະກິດ-ການເງິນ.
– ວັນທີ 12 / 12 / 2019 ປະກາດຜົນການສອບເສັງ.
ສາຂາວິຊາຮຽນປະກອບມີ 02 ສາຂາ:
– ສາຂາ: ການເງິນແຫ່ງລັດ
– ສາຂາ: ການເງິນວິສາຫະກິດ.
ຖ້າທ່ານໃດສົນໃຈຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມທີ່ເບີໂທ 021 480 268 ຫຼື ເຂົ້າມາພົວພັນທີ່ສໍານັກງານຂອງສະຖາບັນ ໃນໂມງລັດຖະການ.
ລາຍເພີ່ມຕື່ມມີດັ່ງນີ້: