ລັດຖະມົນຕີ ກະຊວງ ອຄ ເນັ້ນໃຫ້ກົມກວດກາສືບຕໍ່ປະຕິບັດ 8 ຂໍ້ ເພື່ອເປັນທິດທາງໃນການປະຕິບັດວຽກງານຕິດຕາມກວດກາສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນຊຸມປີຕໍ່ໜ້າ.
ໃນວັນທີ 28 ຕຸລາ 2019 ຜ່ານມານີ້ ກົມກວດກາໄດ້ຈັດກອງປະຊຸມໃຫຍ່ໜ່ວຍພັກຄັ້ງທີ VI ຂຶ້ນ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ເພື່ອລາຍງານຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V, ວາງທິດທາງຄາດໝາຍສູ້ຊົນ 5 ປີຕໍ່ໜ້າ ແລະ ປ່ອນບັດເອົາຄະນະພັກຊຸດໃໝ່ ພາຍໃຕ້ການເປັນປະທານຂອງ ທ່ານ ພຸດທະວັນ ນັນທະວົງ ເລຂາໜ່ວຍພັກ, ຫົວໜ້າກົມກວດກາ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ອຄ.
ທ່ານ ພຸດທະວັນ ນັນທະວົງ ກ່າວວ່າ: ການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງໜ່ວຍພັກກົມຂອງຕົນໃນໄລຍະ 4 ປີຜ່ານມາ ( 2015 – 2019 ) ໂດຍສະເພາະດ້ານວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ ແລະ ສືບສວນ – ສອບສວນ ໄດ້ມີການຈັດຕັ້ງປະຕິບັດດັ່ງນີ້:
1 ຄະນະກວດກາແຕ່ລະຂັ້ນຂອງຂະແໜງ ອຄ ໄດ້ເອົາໃຈໃສຕໍ່ການຊີ້ນຳຕໍ່ການເຄື່ອນໄຫວວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຕາມພາລະບົດບາດ, ຂອບເຂດ, ສິດໜ້າທີ່ຂອງຕົນຕາມແຜນກວດກາປົກກະຕິປີລະຄັ້ງ ແລະ ຕາມການຕົກລົງ ຫຼື ຄຳສັ່ງ, ແຈ້ງການຕ່າງໆຢ່າງເປັນປົກກະຕິ.
2 ຈັດຕັ້ງປະຕິບັດຍຸດທະສາດຕ້ານການສໍ້ລາດບັງຫຼວງ ແຕ່ປີ 2016 – 2020 ຂອງລັດຖະບານຢູ່ຂະແໜງ ອຄ ແມ່ນເລັ່ງລັດໃສ່ຕິດຕາມ, ກວດກາການຄຸ້ມຄອງບໍລິຫານລັດ, ຫຼຸດຂອດຂັ້ນຂອງການບໍລິການ, ຕ້ານ ແລະ ສະກັດກັ້ນບັນດາປາກົດການບໍລິການທີ່ອືດອາດຊັກຊ້າ, ແກ່ຍາວ, ຖ່ວງດຶງເວລາຊອກຫາຊ່ອງວ່າງ, ສວຍໃຊ້ໜ້າທີ່ຕໍາແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວໃນຖັນແຖວສະມາຊິກພັກ, ພະນັກງານ ແລະ ສ້າງສິ່ງເອື້ອອຳນວຍຄວາມສະດວກທາງດ້ານການຄ້າ ໃຫ້ບັນດາຫົວໜ່ວຍທຸລະກິດໄດ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ.
3 ໄດ້ຈັດຕັ້ງປະຕິບັດວຽກງານແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ – ລັດຖະກອນ ພາຍໃນກະຊວງ ອຄ ສຳເລັດຮອບທີ II ເຊິ່ງມີທັງໝົດ 495 ທ່ານ.
4 ໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ ແລະ ຄົ້ນຄວ້າການຈັດຕັ້ງຜັນຂະຫຍາຍບັນດາກົດໝາຍ, ຂໍ້ກຳນົດ, ຄຳສັ່ງ ແລະ ແຈ້ງການຕ່າງໆຂອງລັດຖະບານວາງອອກ.
5 ຄະນະໜ່ວຍພັກໄດ້ເອົາໃຈໃສ່ໃນການນໍາພາຊີ້ນໍາຕໍ່ກັບການຄົ້ນຄວ້າຮ່າງນິຕິກໍາ ວ່າດ້ວຍຂໍ້ຫ້າມສໍາລັບພະນັກງານ – ລັດຖະກອນຢູ່ຂະແໜງ ອຄ ແລະ ສະກັດກັ້ນບັນດາປາກົດການຫຍໍ້ທໍ້ຕ່າງໆທີ່ເຮັດໃຫ້ກົມກອງ, ຂະແໜງການມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການນຳພາບັນດາກົມກອງ ກໍຄືກະຊວງໃຫ້ມີຄວາມສະຫງົບປົກກະຕິ ແລະ ປອດໃສ, ໜັກແໜ້ນ.
ໃນກອງປະຊຸມຍັງໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ກໍຄືຊຸດທີ VI ຈໍານວນ 3 ທ່ານ ເຊິ່ງ ທ່ານ ພຸດທະວັນ ນັນທະວົງ ໄດ້ຮັບເລືອກເປັນເລຂາໜ່ວຍພັກ; ທ່ານ ເກີທ່າວ ເຈີເຈັງ ເປັນຮອງເລຂາໜ່ວຍພັກ ແລະ ທ່ານ ທາ ວົງແພງ ເປັນກຳມະການ ແລະ ກວດກາ.
ໃນໂອກາດດັ່ງກ່າວ ທ່ານ ນາງ ເຂັມມະນີ ພົນເສນນາ ໄດ້ໃຫ້ການໂອ້ລົມ ແລະ ເນັ້ນຕໍ່ກົມກວດກາສືບຕໍ່ປະຕິບັດ 8 ຂໍ້ ໃນຕໍ່ໜ້າ ເພື່ອເປັນທິດທາງໃນການສືບຕໍ່ປະຕິບັດວຽກງານຕິດຕາມກວດກາສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນຊຸມປີຕໍ່ໜ້າຄື:
1 ໃຫ້ສະມາຊິກພັກເຊື່ອມຊຶມເນື້ອໃນກອງປະຊຸມໃຫຍ່ຂອງພັກ.
2 ການຕິດຕາມວຽກງານກວດກາພັກໃຫ້ກຳແໜ້ນ.
3 ຕິດຕາມກວດກາຄຸ້ມຄອງການບໍລິຫານລັດ.
4 ຄົ້ນຄວ້າແກ້ໄຂຄໍາ ຮ້ອງ – ຄໍາສະເໜີ.
5 ເພີ່ມທະວີເອົາໃຈໃສ່ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ.
6 ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ພະນັກງານກວດກາແຕ່ລະຂັ້ນໃຫ້ໜັກແໜ້ນເຂັ້ມແຂງ.
7 ເພີ່ມທະວີການນຳພາຂອງຄະນະພັກ ແລະ ການນຳພາແຕ່ລະຂັ້ນຕໍ່ວຽກງານກວດກາ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ.
8 ສືບຕໍ່ເພີ່ມທະວີການພົວພັນຮ່ວມມືແລກປ່ຽນບົດຮຽນກັບພາຍໃນ ແລະ ຕ່າງປະເທດ ເພື່ອນຳເອົາບົດຮຽນມາໝຸນໃຊ້ໃຫ້ຖືກກັບເງື່ອນໄຂຕົວຈິງຂອງຂະແໜງການຄ້າພວກເຮົາ.
[ ຂ່າວ: ສັນຕິ; ຮູບ: ສຸກສະຫວັນ ]
ທີ່ມາ: ໜັງສືພິມ ເສດຖະກິດ-ການຄ້າ