ໃນລະຫວ່າງວັນທີ 23-24 ຕຸລາ 2019 ນີ້, ເຈົ້າຊາຍ Mired Raad Zeid Al-Hussein ແຫ່ງຊອກດານີ (ຈໍແດນ), ໃນຖານະຜູ້ຕາງໜ້າພິເສດຂອງ ສົນທິສັນຍາວ່າດ້ວຍການ ເກືອດຫ້າມລະເບີດຝັງດິນຕ້ານບຸກຄົນ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໃນໂອກາດນີ້, ເຈົ້າຊາຍ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ຄຳແພງ ໄຊສົມແພງ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
ການເຂົ້າພົບປະການນຳຂອງ ສປປ ລາວ ຄັ້ງນີ້ ເພື່ອແລກປ່ຽນບົດຮຽນ ໃນວຽກງານເກັບກູ້ສິ່ງເສດເຫລືອ ຈາກປາງສົງຄາມ ແລະ ສົ່ງເສີມການຮ່ວມມື ໃນດ້ານການຊ່ວຍເຫລືອ ຜູ້ໄດ້ຮັບຜົນກະທົບ. ພ້ອມດຽວກັນນັ້ນ, ເຈົ້າຊາຍພ້ອມດ້ວຍຄະນະໄດ້ເດີນ ທາງໄປຢ້ຽມຢາມໂຄງການເກັບກູ້ລະເບີດ ທີ່ ບ້ານຫາດຍາ, ເມືອງປາກອູ, ແຂວງ ຫລວງພະບາງ ໃນວັນທີ 23 ຕຸລາ 2019, ເພື່ອຕິດຕາມ ແລະ ເກັບກຳສະພາບຕົວຈິງ ໃນການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເຊິ່ງການແກ້ໄຂ ບັນຫາດັ່ງກ່າວເປັນໜຶ່ງ ໃນບູລິມະສິດ ຂອງລັດຖະບານລາວ.
ສົນທິສັນຍາວ່າດ້ວຍການເກືອດຫ້າມ ການນຳໃຊ້ລະເບີດຝັງດິນຕ້ານບຸກຄົນ ຫລື ສົນທິສັນຍາ ໂອຕາວາ(Ottawa Convention) ໄດ້ມີການເລີ່ມລົງນາມໃນປີ 1997 ແລະ ມີຜົນບັງຄັບໃຊ້ໃນວັນທີ 01 ມີນາ 1999. ປັດຈຸບັນມີ 164 ປະເທດ ທີ່ໃຫ້ສັດຕະຍາບັນ, 1 ປະ ເທດ ລົງນາມແລ້ວ, ເຖິງວ່າ ສປປ ລາວ ຍັງບໍ່ໄດ້ເປັນພາຄີ ແຕ່ກໍໃຫ້ການສະໜັບສະໜູນຈຸດປະສົງ ແລະ ເປົ້າໝາຍທາງດ້ານມະນຸດສະທຳ ຂອງສົນທິສັນຍາ ໂອຕາວາ ແລະ ໄດ້ເຂົ້າຮ່ວມກອງປະຊຸມລັດພາຄີ ໃນຖານະປະເທດສັງເກດການ.
ປັດຈຸບັນ, ລັດຖະບານ ພວມສຸມໃສ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 05 ປີ ຄັ້ງທີ 8 (2016-2020) ແລະ ການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ (ປພຍ) ພ້ອມທັງໄດ້ຮັບຮອງເອົາເປົ້າໝາຍແຫ່ງຊາດ ເປົ້າໝາຍທີ 18 “ຊິວິດປອດໄພຈາກລະເບີດ ທີ່ບໍ່ທັນແຕກ” ເພື່ອແນ ໃສ່ຫລຸດຜ່ອນ ຜົນກະທົບ ຈາກລະເບີດທີ່ບໍ່ທັນແຕກ ຕໍ່ການດຳລົງຊິວິດຂອງປະຊາຊົນລາວ ແລະ ການພັດ ທະນາປະເທດ. ສະນັ້ນ, ການແກ້ໄຂບັນຫາດັ່ງກ່າວ ຈຶ່ງແມ່ນບັນຫາຮີບດ່ວນ ເມື່ອທຽບໃສ່ບັນຫາລະເບີດຝັງດິນ. ພ້ອມດຽວກັນນີ້, ການເດີນທາງມາຢ້ຽມຢາມໃນຄັ້ງນີ້ ແມ່ນເຫດການທີ່ສຳຄັນ ສະແດງໃຫ້ເຫັນເຖິງສາຍພົວພັນ ແລະ ການຮ່ວມ ມືທີ່ດີຂອງ ສປປ ລາວ ແລະ ວົງຄະນາຍາດສາກົນ ໃນໄລຍະຜ່ານມາ ເປັນຕົ້ນແມ່ນການປະຕິບັດ ພັນທະຕໍ່ສາກົນຂອງ ສປປ ລາວ ໃນບັນຫາທີ່ເປັນ ບູລິມະສິດ ຂອງລັດຖະບານ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ທີ່ມາ: ຂ່າວສານປະເທດລາວ