ສະຫະພັນບານເຕະແຫ່ງຊາດລາວ ຂໍແຈ້ງມາຍັງ ສະໂມສອນທີ່ເຂົ້າຮ່ວມການແຂ່ງຂັນບານເຕະ ຍິງ ຮຸ່ນທົ່ວໄປ ຊີງຂັນ ສຕລ ປະຈໍາປີ 2019 ແລະ ການແຂ່ງຂັນບານເຕະ ຍີງ ຮຸ່ນອາຍຸບໍ່ເກີນ 15 ປີ ຊີງຂັນ ສຕລ ປະຈໍາປີ 2019.
– ອີງຕາມ: ແຜນການເຄື່ອນໄຫວພັດທະນາບານເຕະປະຈຳປີ 2019 ຂອງ ສະຫະພັນບານເຕະແຫ່ງຊາດລາວ.
– ອີງຕາມ: ການແຂ່ງຂັນບານເຕະ ຍີງ ຮຸ່ນທົ່ວໄປ ຊີງຂັນ ສຕລ ປະຈໍາປີ 2019 ແລະ ການແຂ່ງຂັນບານເຕະ ຍີງ ຮຸ່ນອາຍຸບໍ່ເກີນ 15 ປີ ຊີງຂັນ ສຕລ ປະຈໍາປີ 2019.
ພະແນກຈັດການແຂ່ງຂັນ, ສະຫະພັນບານເຕະແຫ່ງຊາດລາວມີຄວາມຍິນດີແຈ້ງມາຍັງບັນດາສະໂມສອນບານເຕະທີ່ມີຄວາມສົນໃຈໃນການເຂົ້າຮ່ວມແຂ່ງຂັນບານເຕະ ຍີງ ຮຸ່ນທົ່ວໄປ ຊີງຂັນ ສຕລ ປະຈໍາປີ 2019 ແລະ ການແຂ່ງຂັນບານເຕະ ຍີງ ຮຸ່ນອາຍຸບໍ່ເກີນ 15 ປີ ຊີງຂັນ ສຕລ ປະຈໍາປີ 2019ແມ່ນຈະໄດ້ເລີມການລົງທະບຽນຄະນະຄູຝຶກ ແລະ ນັກກິລາ ໃນວັນທີ 23/10/2019 ຫາວັນທີ 31/10/2019 ແລະ ໃຫ້ບັນດາສະໂມສອນກະກຽມເອກກະສານໃຫ້ຄົບຖ້ວນໃນການລົງທະບຽນຜ່ານລະບົບ FIFA CONECT,ຖ້າຫາກສະບໍ່ໂມສອນໃດບໍ່ເຂົ້າໃຈໃນລະບົບດັ່ງກ່າວໃຫ້ເຂົ້້າມາພົວພັນໄດ້ທີ່ ພະແນກຈັດການແຂ່ງຂັນ ສະຫະພັນບານເຕະແຫ່ງຊາດລາວ ພ້ອມທັງນຳເອົາຄອມພິວເຕີ (Laptop) ຂອງຕົນເອງມາດ້ວຍເພື່ອຄວາມສະດວກໃນການ
ລົງທະບຽນ, ເຊີ່ງເອກກະສານທີ່ຕ້ອງກະກຽມມາມີດັ່ງນີ້:
– ໄຟສຮູບເປັນໄຟສ JPEG ຂະໜາດບໍ່ເກີນ 1 MB
– ໄຟສເອກກະສານຢັ່ງຢື່ນຕົນເອງ (ບັດປະຈຳໂຕ, ສຳມະໂນຄົວ, ພາສປອດ) ເປັນໄຟສ JPEG ຂະໜາດບໍ່ເກີນ 1 MB
– ໄຟສສັນຍາເປັນໄຟສ JPEG ຂະໜາດບໍ່ເກີນ 1 MB
ດັ່ງນັ້ນ,ຈື່ງຖືເປັນກຽດແຈ້ງມາຍັງບັນດາສະໂມສອນບານເຕະທີ່ສົນໃຈເຂົ້າຮ່ວມການແຂ່ງຂັນບານເຕະ ຍີງ ຮຸ່ນທົ່ວໄປ ຊີງຂັນ ສຕລ ປະຈໍາປີ 2019 ແລະ ການແຂ່ງຂັນບານເຕະ ຍີງ ຮຸ່ນອາຍຸບໍ່ເກີນ 15 ປີ ຊີງຂັນ ສຕລ ປະຈໍາປີ 2019 ຮັບຊາບ ແລະ ກະກຽມ